ຕອນນີ້ຜູ້ເຮັດການຄ້າຂ້າມແດນໃນອາຊຽນ ສາມາດໃຊ້ປະໂຫຍດຈາກລະບົບພາສີຜ່ານແດນທາງອອນລາຍແບບໃໝ່ ເຊິ່ງກໍຄື ລະບົບພາສີຜ່ານແດນອາຊຽນ (ACTS) ເພື່ອເລັ່ງການຄ້າສິນຄ້າທີ່ມີການຂົນສົ່ງທາງບົກພາຍໃນອາຊຽນ. ລະບົບພາສີຜ່ານ ແດນອາຊຽນຖືກພັດທະນາຂຶ້ນ ໂດຍໄດ້ຮັບການສະໜັບສະໜູນຈາກສະຫະພາບເອີຣົບ.

JAKARTA (ACN Newswire) -
ຕອນນີ້ພາກເອກະຊົນໃນອາຊຽນສາມາດເຂົ້າເຖິງລະບົບອອນລາຍແບບໃໝ່ ທີ່ມີປະ ສິດທິພາບສູງ ເຊິ່ງກໍຄື ລະບົບພາສີຜ່ານແດນອາຊຽນ (ACTS) ທີ່ຈະຫຼຸດສິ່ງທ້າທາຍໃນການເຮັດການຄ້າພາຍໃນອາຊຽນ ແລະ ເຮັດໃຫ້ບໍລິສັດຕ່າງໆສາມາດໄດ້ຮັບປະໂຫຍດຢ່າງເຕັມທີ່ຈາກປະຊາຄົມເສດຖະກິດອາຊຽນ ແລະ ການເຄື່ອນຍ້າຍສິນຄ້າ ຢ່າງເປັນອິດສະຫຼະໃນພາກພື້ນອາຊຽນ.
ໃນປີ 2017, ບັນດາລັດຖະມົນຕີເສດຖະກິດອາຊຽນໄດ້ກໍານົດເປົ້າໝາຍຄູ່ ໃນການຫຼຸດມູນຄ່າທຸລະກໍາທາງການຄ້າລົງ 10% ພາຍໃນປີ 2020 ແລະ ເພີ່ມທະວີການຄ້າພາຍໃນອາຊຽນເຖິງສອງເທົ່າ ລະຫວ່າງປີ 2017 ແລະ 2025. ເພື່ອບັນລຸເປົ້າໝາຍນີ້ ຈຶ່ງໄດ້ມີການພັດທະນາລະບົບພາສີຜ່ານແດນອາຊຽນຂຶ້ນ ເພື່ອເຮັດໃຫ້ຫົວໜ່ວຍທຸລະກິດຕ່າງໆ ສາມາດແຈ້ງສິນຄ້າຜ່ານແດນ ແບບອີເລັກໂທຣນິກໂດຍກົງ ກັບເຈົ້າໜ້າທີ່ພາສີອາຊຽນ ແລະ ຕິດຕາມການເຄື່ອນຍ້າຍສິນຄ້າຂອງພວກເຂົາ ຈາກຂັ້ນຕອນ ການບັນທຸກສິນຄ້າຢູ່ຕົ້ນທາງ ໄປຮອດຂັ້ນຕອນຈັດສົ່ງຢູ່ປາຍທາງສຸດທ້າຍ.
ພະນະທ່ານ Dato Lim Jock Hoi, ເລກຂາທິການໃຫຍ່ອາຊຽນ, ໄດ້ກ່າວວ່າ: “ການຈັດຕັ້ງນໍາໃຊ້ລະບົບພາສີຜ່ານແດນ ອາຊຽນມີບົດບາດທີ່ສໍາຄັນ ໃນການອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນຍ້າຍສິນຄ້າ ໃນພາກພື້ນຢ່າງສະດວກສະບາຍ. ຂ້າພະເຈົ້າເຊື່ອວ່າ ລະບົບຈະເປັນເຄື່ອງມືທີ່ດີເລີດໃນການຍົກລະດັບເຄືອຂ່າຍການຄ້າ ແລະ ການຜະລິດຂອງອາຊຽນ ພ້ອມກັບ ການສ້າງຕະຫຼາດທີ່ສອດຄ່ອງກວ່າເກົ່າສໍາລັບບໍລິສັດ ແລະ ຜູ້ບໍລິໂພກ”. ນອກຈາກນັ້ນ, ທ່ານຍັງໄດ້ກ່າວຕື່ມວ່າ: “ລະບົບພາສີ ຜ່ານແດນອາຊຽນຍັງສາມາດຊ່ວຍໃນການຟື້ນຟູ ຫຼັງການແຜ່ລະບາດຂອງພະຍາດໂຄວິດ ເພື່ອເລັ່ງການເຄື່ອນຍ້າຍອຸປະກອນທາງການແພດ, ຢາວັກຊີນ ແລະ ອຸປະກອນປ້ອງກັນຕົວເອງພາຍໃນປະເທດສະມາຊິກອີກດ້ວຍ”.
ລະບົບພາສີຜ່ານແດນອາຊຽນເຮັດໃຫ້ການເຄື່ອນຍ້າຍສິນຄ້າໃນພາກພື້ນງ່າຍຂຶ້ນ ໂດຍເຮັດໃຫ້ມີປະສິດທິພາບ ແລະ ຄຸ້ມຄ່າ ຫຼາຍຂຶ້ນ. ພາຍໃຕ້ລະບົບພາສີຜ່ານແດນອາຊຽນ, ພາກເອກະຊົນຈະສາມາດແຈ້ງພາສີຜ່ານແດນຢູ່ຈຸດດຽວ ເຊິ່ງກວມເອົາການ ຂົນສົ່ງສິນຄ້າ ທີ່ຜ່ານຫຼາຍປະເທດໃນອາຊຽນ ໂດຍທີ່ບໍ່ຕ້ອງແຈ້ງພາສີຊໍ້າ ຫຼື ປ່ຽນພາຫະນະຢູ່ຈຸດຊາຍແດນໃນແຕ່ລະບ່ອນ. ການຈັດກຽມເປັນພິເສດຈະເຮັດໃຫ້ຜູ້ເຮັດການຄ້າທີ່ເຊື່ອຖືໄດ້ ສາມາດບັນທຸກສິນຄ້າຂອງພວກເຂົາ ຢູ່ສະຖານທີ່ຂອງພວກເຂົາ ໃນປະເທດຕົ້ນທາງ ແລະ ນໍາສົ່ງສິນຄ້າໄປສະຖານທີ່ຂອງພວກເຂົາຢູ່ປະເທດປາຍທາງ. ການຜ່ານໃບນຳເຂົ້າສິນຄ້າກັບເຈົ້າໜ້າ ທີ່ພາສີຢູ່ຈຸດຊາຍແດນທີ່ໄວຂຶ້ນ ຈະຊ່ວຍເລັ່ງການເຄື່ອນຍ້າຍຜ່ານແດນ ແລະ ຫຼຸດເວລາ ແລະ ຄ່າໃຊ້ຈ່າຍໃນການຄ້າສິນຄ້າ ໃນພາກພື້ນ ເພື່ອປະໂຫຍດຂອງຜູ້ຜະລິດ ແລະ ຜູ້ບໍລິໂພກທົ່ວພາກພື້ນອາຊຽນ.
ລະບົບແມ່ນຖືກຄຸ້ມຄອງໂດຍທີມງານຄຸ້ມຄອງລະບົບພາສີຜ່ານແດນອາຊຽນຂັ້ນສູນກາງຊຸດຖາວອນ ຢູ່ສໍານັກງານເລຂາທິການ ໃຫຍ່ອາຊຽນຢູ່ນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍ ໂດຍໄດ້ຮັບການຊ່ວຍເຫຼືອຈາກໂຄງການ ARISE Plus ທີ່ໄດ້ ຮັບທຶນຈາກ EU. ຈະມີສູນຊ່ວຍເຫຼືອໃນຂັ້ນພາກພື້ນ ແລະ ປະເທດເຊັ່ນກັນ (ກະລຸນາເຂົ້າເບິ່ງ https://acts.asean.org).
ທ່ານ Koen Doens, ຜູ້ອໍານວຍການໃຫຍ່ຝ່າຍຮ່ວມມືສາກົນ ແລະ ການພັດທະນາ ຂອງຄະນະກໍາມະທິການເອີຣົບ ໄດ້ກ່າວ ວ່າ: "ລະບົບພາສີຜ່ານແດນອາຊຽນແມ່ນຜົນສໍາເລັດທີ່ພິເສດ ທີ່ເປັນສິ່ງພິສູດເຖິງການຮ່ວມມືທີ່ເຂັ້ມແຂງ, ມີພະລັງ ແລະ ຍາວ ນານລະຫວ່າງອາຊຽນ ແລະ ສະຫະພາບເອີຣົບ. ເພິ່ນໄດ້ກ່າວຕື່ມວ່າ: "ລະບົບພາສີຜ່ານແດນອາຊຽນ ຈະເຮັດໃຫ້ການເຄື່ອນ ຍ້າຍສິນຄ້າທາງບົກໄວ ແລະ ງ່າຍຂຶ້ນ ຢູ່ຈຸດຊາຍແດນຂອງປະເທດສະມາຊິກອາຊຽນທີ່ເຂົ້າຮ່ວມ ເຊິ່ງເປັນການຫຼຸດຄ່າໃຊ້ຈ່າຍ ສໍາລັບຫົວໜ່ວຍທຸລະກິດ ແລະ ປະຊາຊົນ. EU ແມ່ນມີຄວາມພາກພູມໃຈ ທີ່ໄດ້ຮ່ວມກັບອາຊຽນ ເພື່ອເຮັດໃຫ້ລະບົບພາສີ ຜ່ານແດນອາຊຽນກາຍເປັນຈິງ ໂດຍການສະໜອງຄວາມຊ່ຽວຊານດ້ານເຕັກນິກຂອງເອີຣົບ ແລະ ງົບປະມານ 10 ລ້າຍເອີໂຣ ນັບແຕ່ປີ 2012 ໂດຍສົມທົບກັບ 5 ລ້ານເອີໂຣ ທີ່ອາຊຽນໄດ້ລົງທຶນໄປ”.
ARISE Plus ໄດ້ສະໜອງການຝຶກອົບຮົບ ກ່ຽວກັບລະບົບພາສີຜ່ານແດນອາຊຽນ ໃຫ້ແກ່ຜູ້ມີບົດບາດຈາກພາກລັດ ແລະ ເອກະຊົນ ເຊິ່ງລວມທັງເຈົ້າໜ້າທີ່ພາສີ, ໜ່ວຍງານຂົນສົ່ງຂອງລັດຖະບານ, ບໍລິສັດຮັບຈັດການການຂົນສົ່ງ, ບໍລິສັດຂົນສົ່ງ, ທະນາຄານ ແລະ ບໍລິສັດປະກັນໄພ. ພາຍຫຼັງໄດ້ເຮັດກິດຈະກໍານໍາຮ່ອງຂອງລະບົບພາສີຜ່ານແດນອາຊຽນ ຢູ່ປະເທດກໍາປະເຈຍ, ສປປ ລາວ, ມາເລເຊຍ, ສິງກະໂປ, ໄທ ແລະ ຫວຽດນາມ, ກໍໄດ້ມີການເປີດໂຕລະບົບຢ່າງເປັນທາງການ ເພື່ອການນໍາໃຊ້ທົ່ວ ໄປ. ການເຄື່ອນຍ້າຍຜ່ານແດນຄັ້ງທໍາອິດ ຜ່ານລະບົບພາສີຜ່ານແດນອາຊຽນ ແມ່ນເກີດຂຶ້ນໃນວັນສຸກ ວັນທີ 23 ແລະ ວັນເສົາ ວັນທີ 24 ຂອງເດືອນຕຸລາ ໂດຍມີລົດບັນທຸກເດີນທາງຈາກສິງກະໂປ ຜ່ານມາເລເຊຍ ໄປປະເທດໄທ. ຈະມີການນໍາໃຊ້ລະບົບ ໃນໄວໆນີ້ຢູ່ມຽນມາ ແລະ ຫຼັງຈາກນັ້ນກໍຈະມີການຂະຫຍາຍໄປຍັ່ງປະເທດບຣູໄນ, ອິນໂດເນເຊຍ ແລະ ຟິລິປິນ ໂດຍອີງຕາມ ຄວາມຕ້ອງການທາງທຸລະກິດ.
ທ່ານ Yukki Nugrahawan, ປະທານສະຫະພັນອາຊຽນຂອງສະມາຄົນຜູ້ໃຫ້ບໍລິການຂົນສົ່ງ (AFFA) ໄດ້ກ່າວວ່າ: “ພວກ ເຮົາມີຄວາມຕື່ນເຕັ້ນທີ່ຈະມີລະບົບພາສີຜ່ານແດນອາຊຽນ”. ເພິ່ນໄດ້ກ່າວຕື່ມວ່າ: “ຊຸມຊົນຂົນສົ່ງຈະເປັນໜຶ່ງໃນບັນດາຜູ້ໄດ້ ຮັບຜົນປະໂຫຍດຈາກລະບົບນີ້ ເນື່ອງຈາກມັນສະໜອງຂະບວນການຄວບຄຸມພາສີ ແລະ ການຂົນສົ່ງທີ່ໃຊ້ງານງ່າຍ ລະຫວ່າງ ປະເທດສະມາຊິກອາຊຽນ ແລະ ເຮັດໃຫ້ສາມາດຄາດການເວລາຈັດສົ່ງຈາກປະຕູສູ່ປະຕູໄດ້ ແລະ ສິ່ງທີ່ສໍາຄັນທີ່ສຸດກໍຄືການ ຫຼຸດຄ່າໃຊ້ຈ່າຍໃນການຂົນສົ່ງ. ລະບົບພາສີຜ່ານແດນອາຊຽນຈະເລັ່ງການເຄື່ອນຍ້າຍຜ່ານແດນໃນພາກພື້ນໄດ້ຫຼາຍ ແລະ ຊ່ວຍ ໃຫ້ພວກເຮົາຫຼຸດເວລາ ແລະ ຄ່າໃຊ້ຈ່າຍໃນການເຮັດການຄ້າຂ້າມແດນໃນອາຊຽນ”. (ຈະມີການຢືນຢັນ)
ລະບົບພາສີຜ່ານແດນອາຊຽນ ແມ່ນລະບົບອອນລາຍທີ່ພັດທະນາໂດຍອາຊຽນ ໂດຍມີການຊ່ວຍເຫຼືອດ້ານການເງິນຈາກສະຫະ ພາບເອີຣົບ ພາຍໃຕ້ໂຄງການ ARISE Plus. ກະລຸນາເຂົ້າເບິ່ງ https://acts.asean.org ສໍາລັບລາຍລະອຽດເຕັມ ລວມ ທັງວິດີໂອໂຄສະນາ, ໂບຣຊົວທີ່ສາມາດດາວໂຫຼດໄດ້, ຄໍາແນະນໍາສັ້ນ, ກອບວຽກດ້ານກົດໝາຍ ແລະ ຄູ່ມືຂັ້ນຕອນສໍາລັບພາກ ເອກະຊົນ.
ກ່ຽວກັບລະບົບພາສີຜ່ານແດນອາຊຽນ ແລະ ARISE Plus
ລະບົບພາສີຜ່ານແດນອາຊຽນ ແມ່ນວຽກງານລິເລີ່ມເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າຂອງອາຊຽນ ພາຍໃຕ້ຂໍ້ຕົກລົງ ກອບວຽກຂອງອາຊຽນ ວ່າດ້ວຍການອໍານວຍຄວາມສະດວກໃຫ້ແກ່ສິນຄ້າ ທີ່ຢູ່ໃນການຂົນສົ່ງຜ່ານແດນ (AFAFGIT) ແລະ ແຜນການຈັດຕັ້ງປະຊາຄົມເສດຖະກິດອາຊຽນ 2025. ລະບົບແມ່ນໄດ້ຮັບການຊ່ວຍເຫຼືອຈາກສະຫະພາບເອີຣົບ (EU) ພາຍ ໃຕ້ໂຄງການ ARISE Plus. ວຽກງານລິເລີ່ມອື່ນໆທີ່ໄດ້ຮັບການຊ່ວຍເຫຼືອຈາກ EU ພາຍໃຕ້ ARISE Plus ທີ່ຖືກກໍານົດໃຫ້ອໍານວຍຄວາມສະດວກໃຫ້ແກ່ການຄ້າຂ້າມແດນໃນອາຊຽນ ແມ່ນແນວທາງອອກສໍາລັບການລົງທຶນ, ການບໍລິການ ແລະ ການຄ້າຂອງອາຊຽນ (ASSIST, ເບິ່ງຂໍ້ມູນໄດ້ທີ່ https://assist.asean.org) ແລະ ແຫຼ່ງຂໍ້ມູນທາງການຄ້າຂອງອາຊຽນ (ATR, ເບິ່ງຂໍ້ມູນໄດ້ທີ່ https://atr.asean.org) ເຊິ່ງຕອບສະໜອງຕໍ່ຄວາມຕ້ອງການຂອງພາກເອກະຊົນ.
ທ່ານສາມາດຊອກຫາຂໍ້ມູນເພີ່ມເຕີມ ກ່ຽວກັບລະບົບພາສີຜ່ານແດນອາຊຽນໄດ້ຢູ່ທີ່ເວັບໄຊຂອງລະບົບພາສີຜ່ານແດນອາຊຽນ (ACTS) ທີ່ https://acts.asean.org. ສ່ວນການຊ່ວຍເຫຼືອດ້ານເຕັກນິກຂອງໂຄງການ ARISE Plus ແມ່ນມີຢູ່ໃນ https://ariseplus.asean.org.
ລະບົບພາສີຜ່ານແດນອາຊຽນ ແມ່ນຄຸ້ມຄອງໂດຍທີມງານຄຸ້ມລະບົບພາສີຜ່ານແດນອາຊຽນຂັ້ນສູນກາງຊຸດຖາວອນ ທີ່ຢູ່ທີ່ສໍາ ນັກງານເລຂາທິການໃຫຍ່ອາຊຽນ ຢູ່ນະຄອນຫຼວງຈາກາຕາ, ອິນໂດເນເຊຍ. ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:
ທີມງານຄຸ້ມຄອງລະບົບພາສີຜ່ານແດນອາຊຽນຂັ້ນສູນກາງ (CMT)
ASEAN Secretariat
70A Jl. Sisingamangaraja
Jakarta 12110, Indonesia
ອີເມວ: acts.cmt@asean.org
ໂຄງການຮວມຕົວທາງເສດຖະກິດລະດັບພາກພື້ນອາຊຽນຈາກໂຄງການ EU (ARISE) Plus
ASEAN Secretariat,
70A Jl. Sisingamangaraja,
Jakarta 12110, Indonesia
ອີເມວ: ariseplus@asean.org

Industry: Transport & Logistics , Exchanges & Software , Retail & eCommerce , Daily Finance , Real Estate & REIT , Blockchain Technology , Banking & Insurance , PE, VC & Alternatives , ASEAN